"11:55" Lyrics
"11:55" ifite amagambo mu rurimi laotian.
"11:55" ibisobanuro biva mu rurimi laotian kandi kuri ubu ntabwo bihinduwe mubisobanuro byicyongereza.
Track 2: 11:55 - Tanu Vannasin
Listen & Download: Coming soon
Album: Aftergrow
Artwork & Animation by They Call Me King
Written and Composed by Vannasin THIPAPHAY
Produced by Phousy Keovongsa, Kiengkay Xayavong & Vannasin THIPAPHAY
Mixed and Mastered by Phousy Keovongsa (Tension Lab)
Studio Recording at Tension Lab
Lyric | 11:55
ອີກຫ້ານາທີກັບເຊົ້າວັນໃໝ່ທີ່ໃກ້ເຂົ້າມາ
ແຕ່ຂ້ອຍຍັງຄົງນັ່ງເບິ່ງແກ້ວເຫຼົ້າທີ່ວາງຢູ່ທາງໜ້ານີ້
ສະໝອງມັນຄິດເຖິງເລື່ອງວັນວານທີ່ດີ
ທີ່ຕອນນີ້ບໍ່ມີເຈົ້າຢູ່ຂ້າງກາຍ
ນໍ້າເມົາທີ່ຊ່ວຍບັນເທົາໃຫ້ຄວາມທຸກໃຈ
ມັນຈາງຫາງລົງໄປ
ທຸກວິນາທີທີ່ຂ້ອຍນັ້ນຍັງຫາຍໃຈ
ໃນຕອນທ້າຍ ທີ່ສຸດແລ້ວ...
ຕໍ່ໃຫ້ຂ້ອຍດື່ມຈົນຕາຍ
ແຕ່ພາບຂອງເຈົ້າບໍ່ເຄີຍເລືອນຫາຍໄປໃສເລີຍ
ແລະມັນຍັງຄົງເປັນເໝືອນເຄີຍ
ບໍ່ຢາກຈະພົບຄວາມເປັນຈິງ
ແລະວັນນີ້ຂ້ອຍຍອມຮັບທຸກສິ່ງທີ່ປ່ຽນແປງ
ນໍ້າເມົາທີ່ຊ່ວຍບັນເທົາໃຫ້ຄວາມທຸກໃຈ
ມັນຈາງຫາງລົງໄປ ມັນເຮັດໃຫ້ຂ້ອຍຢູ່ໄດ້
ແທ້ຈິງແລ້ວມັນບໍ່ເຄີຍທີ່ຈະເຂົ້າໃຈ
ໃນຕອນທ້າຍ ທີ່ສຸດແລ້ວ...
ຕໍ່ໃຫ້ຂ້ອຍດື່ມຈົນຕາຍ
ແຕ່ພາບຂອງເຈົ້າບໍ່ເຄີຍເລືອນຫາຍໄປໃສເລີຍ
ແລະມັນຍັງຄົງເປັນເໝືອນເຄີຍ
ບໍ່ຢາກຈະພົບຄວາມເປັນຈິງ
ແລະວັນນີ້ຂ້ອຍຍອມຮັບທຸກສິ່ງທີ່ປ່ຽນແປງ
ຕໍ່ໃຫ້ຂ້ອຍອົດຂ້ອຍທົນ
ທຸກຢ່າງຍັງຄົງວົກວົນ ແລະ ຍັງສັບສົນໃນໃຈ
ແລະຂ້ອຍບໍ່ເຄີຍຈະເຂົ້າໃຈ...ບໍ່ອາດຈະລົບຄວາມເປັນຈິງ
ແລະວັນນີ້ຂ້ອຍຍອມຮັບທຸກສິ່ງ
ວ່າຍິ່ງເມົາຍິ່ງເຮັດໃຫ້ພາບເຮົາຊັດເຈນ
ຕໍ່ໃຫ້ຂ້ອຍດື່ມຈົນຕາຍ
ແຕ່ພາບຂອງເຈົ້າບໍ່ເຄີຍເລືອນຫາຍໄປໃສເລີຍ
ແລະມັນຍັງຄົງເປັນເໝືອນເຄີຍ
ບໍ່ຢາກຈະພົບຄວາມເປັນຈິງ
ແລະວັນນີ້ຂ້ອຍຍອມຮັບທຸກສິ່ງທີ່ປ່ຽນແປງ
ຕໍ່ໃຫ້ຂ້ອຍອົດຂ້ອຍທົນ
ທຸກຢ່າງຍັງຄົງວົກວົນ ແລະ ຍັງສັບສົນໃນໃຈ
ແລະຂ້ອຍບໍ່ເຄີຍຈະເຂົ້າໃຈ...ບໍ່ອາດຈະລົບຄວາມເປັນຈິງ
ແລະວັນນີ້ຂ້ອຍຍອມຮັບທຸກສິ່ງ
ວ່າຍິ່ງເມົາຍິ່ງເຮັດໃຫ້ພາບເຮົາຊັດເຈນ